ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອູ​ແກຼນ ໄດ້​ຮັບ​ຫ້ວງເງິນ​ຊ່ວຍເຫຼືອ​ໃໝ່​ ຈາກ EU

     ສຳນັກ​ຂ່າວສານ​ຫວຽດນາມ ລາຍ​ງານ​ໃນ ​ວັນ​ທີ 26 ເມສາ 2024 ນີ້​ວ່າ: ວົງ​ການ​ເຈົ້າ​ໜ້າທີ່ ອູ​ແກຼນ ແຈ້ງ​ໃຫ້​ຮູ້​ວ່າ ໄດ້​ຮັບຫ້ວງ
​ເງິນ​ຊ່ວຍເຫຼືອ​ໃໝ່​ຈາກ ສະຫະພາບ​ເອີ​ຣົບ (EU), ລວມ​ມູນ​ຄ່າ 1,5 ຕື້ເອີ​ໂຣ (1,6 ຕື້​ໂດ​ລາ), ພ້ອມ​ທັງ​ຫວັງ​ວ່າຈະ​ໄດ້​ຮັບ​ຫ້ວງເງິນ​
ຊ່ວຍເຫຼືອ​ທີ່​ມີ​ມູນ​ຄ່າ 10 ຕື້​ເອີ​ໂຣ ໃນ​ທ້າຍ​ປີ 2024 ນີ້ ຕື່ມ​ອີກ.

     ທ່ານ ເຊີ​ໄຮ ມາ​ເຊນ​ໂກ (Serhiy Marchenko) ລັດຖະມົນຕີ​ກະຊວງ​ການ​ເງິນ ອູ​ແກຼນ ກ່າວ​ລະບຸ​ວ່າ, EU ໄດ້​ສະໜອງ​ຫ້ວງ
ເງິນຊ່ວຍເຫຼືອ​ທັງ​ໝົດ 31 ຕື້​ເອີ​ໂຣ ໃຫ້​ແກ່ ອູ​ແກຼນ, ເຊິ່ງ​ປັດຈຸບັນແມ່ນ​ແຫຼ່ງ​ສະໜອງ​ຫ້ວງ​ເງິນ​ໃຫຍ່​ທີ່​ສຸດ​ທີ່​ໄດ້​ສະໜອງ​ໃຫ້​ປະເທດ​ເອີ​
ຣົບ​ຕາເວັນ​ອອກ​ນີ້ ນັບ​ແຕ່​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນກັບ ຣັດ​ເຊຍ ໃນ​ເດືອນ ກຸມພາ 2022 ທີ່​ຜ່ານ​ມາ. ນອກຈາກ​ນັ້ນ, ອາ​ເມ​ຣິ​ກາ ກໍ​
ແມ່ນ​ປະເທດ​ທີ່​ໃຫ້ການ​ຊ່ວຍເຫຼືອ​ດ້ານ​ການ​ເງິນ​ສຳຄັນ​ຂອງ ອູ​ແກຼນ. ທ່ານ​ກ່າວ​ເນັ້ນ​ໜັກ​ຕື່ມ​ວ່າ: “ການ​ຊ່ວຍເຫຼືອ​ຈາກ​ສາກົນ ແມ່ນກະ
ແຈ​ເພື່ອ​ຮັບປະກັນ​ດ້ານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ”. ໃນ​ວັນ​ດຽວ​ກັນ,
ທ່ານ ໂຈ ໄບ​ເດັນ ປະທານາທິບໍດີ ອາ​ເມ​ຣິ​ກາ ໄດ້​ເຊັນ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ອະນຸຍາດ​ໃຫ້​ຊ່ວຍເຫຼືອ​ການ​ທະຫານ​ເພີ່ມ​ເຕີມ​
ໃຫ້​ແກ່ ອູ​ແກຼນ.

     ພາຍຫຼັງ​ເຫດການ​ດັ່ງ ກ່າວ, ທຳ​ນຽບ 5 ແຈ ໄດ້​ປະກາດຫ້ວງເງິນ​ຊ່ວຍເຫຼືອ​ທີ່​ມີ​ມູນ​ຄ່າ​ເຖິງ 1 ຕື້​ໂດ​ລາ ໃຫ້​ແກ່ ອູ​ແກຼນ ຢ່າງ​ວ່ອງໄວ.
ພ້ອມ​ທັງເອົາໃຈໃສ່​ເຖິງ​ຄວາມ​ຕ້ອງການ​ທີ່​ຈຳເປັນ​ກ່ຽວ​ກັບ​ອາວຸດ​ຍຸດ​ໂທ​ປະກອນ​ປ້ອງ​ກັນ​ອາກາດ ແລະ ອື່ນໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/04/2024